ພິທີເຊັນສັນຍາຮ່ວມມືສ້າງຕັ້ງສູນທົດສອບຍານພາຫະນະແຫ່ງຊາດລາວ ແລະ ສູນກວດກາເຕັກນິກ ຍານພາຫານະ (Memorandum of Agreement “MOA”).

ໃນວັນທີ 20 ພຶດສະພາ 2025 ໄດ້ມີ ພິທີເຊັນສັນຍາຮ່ວມມືສ້າງຕັ້ງສູນທົດສອບຍານພາຫະນະແຫ່ງຊາດລາວ ແລະ ສູນກວດກາເຕັກນິກ ຍານພາຫານະ (Memorandum of Agreement “MOA”) ຂຶ້ນ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ເປັນປະທານ ຂອງ ທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈຳການ ຄະນະກຳມະການຮ່ວມມື ລາວ-ຈີນ; ພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງ; ທ່ານ ທະນູສອນ ພົນອາມາດ ປະທານ ບໍລິສັດ ATI ຈຳກັດ; ຜູ້ອຳນວຍການບໍລິສັດ ແລະ ແຂກຮັບເຊີີນຈາກຫຼາຍພາກສ່ວນ.

ໃນງານພິທີເຊັນສັນຍາ, ທ່ານ ໄຊສົງຄາມ ມະໂນທັມ ໄດ້ກ່າວວ່າ: “ ວຽກງານ ຄຸ້ມຄອງຍານ ພາຫະນະ ເປັນວຽກງານໜຶ່ງທີ່ສຳຄັນ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຕິດພັນກັບຊີວິດ ປະຈຳວັນ ຂອງສັງຄົມທີ່ນຳໃຊ້ຍານພາຫະນະ ເພື່ອເຮັດການຜະລິດ, ໄປມາຫາສູ່, ທ່ອງທ່ຽວ ແລະ ຈຸດປະສົງອື່ນໆ ໃຫ້ມີຄວາມສະດວກ ປອດໄພ ແລະ ເປັນມິດຕໍ່ສິ່ງອວດລ້ອມ. ໄລຍະຜ່ານມາ ພວກເຮົາ ກໍເຮັດຫຼາກຫຼາຍຢ່າງ ໂດຍນໍາໃຊ້ ນິຕິກຳ ແລະ ເຄື່ອງມື ອຸປະກອນ ເທົ່າທີ່ມີ ແຕ່ຫາກທຽບກັບຫລາຍ ປະເທດໃນພາກພື້ນ ແລະ ສາກົນແລ້ວ ເຫັນວ່າ ຍັງບໍ່ທັນສະໄໝເທົ່າທີ່ຄວນ. ນອກຈາກນັ້ນ, ກໍມີຄວາມ ຈຳເປັນໃນການເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນນຳດ້ວຍ. ດັ່ງນັ້ນ, ສປປ ລາວ ໃນນາມສະມາຊິກອາ ຊຽນ ພາຍຫລັງທີ່ໄດ້ລົງນາມເປັນພາຄີ ສັນຍາການຮັບຮູ້ມາດຕະຖານເຕັກນິກ ເຊິ່ງກັນ ແລະ ກັນ ຂອງ ອາຊຽນ (ASEAN Mutual Recognition Agreement “MRA”) ພວກເຮົາກໍໄດ້ອອກກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ໃນປີ 2021 ພ້ອມກັນນັ້ນ ກໍໄດ້ສ້າງ ແລະ ປັບປຸງ ນິຕິກຳລຸ່ມ ກົດໝາຍອີກຫລາຍສະບັບ. ໜຶ່ງໃນຫົວໃຈສຳຄັນຂອງກົດໝາຍ ແມ່ນໄດ້ກຳນົດໃຫ້ ສປປ ລາວ ຕ້ອງມີ ສູນທົດສອບຍານພາຫະນະທາງບົກ ຫລື Testing Center ທີ່ນຳໃຊ້ເຄື່ອງມື ອຸປະກອນ ທີ່ທັນສະໄໝ ໄດ້ມາດຕະຖານສາກົນ ຊຶ່ງກະຊວງ ຍທຂ ເວົ້າລວມ, ເວົ້າສະເພາະ ກົມຂົນສົ່ງ ກໍໄດ້ພະຍາຍາມຂົນ ຂວາຍທຶນຮອນ ແລະ ນັກລົງທຶນທີ່ມີຄວາມຮູ້ ຄວາມສາມາດ ທາງດ້ານນີ້ມາຫລາຍປີ ແຕ່ກໍມີຄວາມ ຫຍຸ້ງຍາກ ເນື່ອງຈາກວ່າເປັນກິດຈະການທຸລະກິດ ທີ່ບໍ່ໄດ້ສ້າງຜົນກຳໄລຫຍັງຫລວງຫລາຍ ແຕ່ກໍຍັງ ໂຊກດີທີ່ລັດຖະບານ ສປ ຈີນ ໄດ້ໃຫ້ທຶນຊ່ວຍເຫລືອລ້າຜ່ານໂຄງການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ ເພື່ອສຶກສາໃນເບື້ອງຕົ້ນ.
ຕໍ່ມາ, ຈຶ່ງມີກຸ່ມບໍລິສັດ ATI ຈຳກັດ ໃຫ້ຄວາມສົນໃຈ ແລະ ເຊັນ MOU ກັບ ກະຊວງ ຍທຂ ເພື່ອສຶກສາຄວາມເປັນໄປໄດ້ລະອຽດ ເພື່ອສ້າງຕັ້ງສູນທົດສອບຍານພາຫະນະ ແລະ ບັນດາກິດຈະການອື່ນໆ ທີ່ຕິດພັນ ໃນເດືອນ 5 ປີ 2024 ແລະ ທາງ ບໍລິສັດ ATI ຈຳກັດ ໄດ້ສຳເລັດບົດວິພາກເສດຖະກິດໃນ ເດືອນ 1 ປີ 2025 ແລະ ທາງ ກະຊວງ ຍທຂ ໄດ້ຮັບຮອງບົດວິພາກເສດຖະກິດ ໃນເດືອນ 3 ປີ 2025 ແລະ ສະເໜີໃຫ້ ກະຊວງແຜນການ ແລະ ການ ລົງທຶນ ພິຈາລະນາ ຊຶ່ງເຫັນວ່າ ນອກຈາກສູນທົດສອບຍານພາຫະນະ ທີ່ຕ້ອງໄດ້ຮ່ວມມືກັບພາກ ລັດ ເພື່ອຄຸ້ມຄອງແລ້ວ, ກິດຈະການອື່ນແມ່ນສາມາດດຳເນີນການໄດ້, ທ່ານ ໄຊສົງຄາມ ມະໂນທັມ ກ່າວ.
ໃນພິທີລົງນາມເຊັນສັນຍາຄັ້ງນີ້ ຕາງໜ້າໃຫ້ ກະຊວງ ຍທຂ ແມ່ນ ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ແລະ ທ່ານ ທະນູສອນ ພົນອາມາດ ປະທານບໍລິສັດ ATI ຈຳກັດ ໄດ້ເຊັນສັນຍາ MOA ເຊິ່ງປະກອບດ້ວຍ 7 ໜ້າວຽກຕົ້ນຕໍຄື: 1. ສ້າງຕັ້ງສູນທົດສອບຍານພາ ຫະນະແຫ່ງຊາດ; 2. ສູນກວດກາເຕັກນິກຍານພາຫະນະທາງບົກ 3. ການກວດກາ ຄຸນນະພາບ ແລະເຕັກນິກ ກ່ອນການນໍາເຂົ້າເພື່ອຂຶ້ນທະບຽນ 4. ສູນບໍລິການຫຼັງການຂາຍ ແລະ ການບໍາລຸງຮັກສາຍານພາຫະນະ 5. ຫ້ອງວາງສະແດງສິນຄ້າ ແລະ ອາໄຫຼ່ ທີ່ມີລະບົບການຄຸ້ມຄອງການນໍາເຂົ້າ 6. ສ້າງລະບົບຕ່ອງໂສ້ການສະຫນອງຍານພາຫະນະ ແລະ ອາໄຫຼ່ ແລະ ລະບົບການຢັ້ງ ຢືນການຕິດຕາມ ເປັນແພລດຟອມດີຈິຕອນ ສໍາລັບການຢັ້ງຢືນ ແລະ ການຕິດຕາມການສະ ຫນອງຊິ້ນສ່ວນ ອາໄຫຼ່ຍານພາຫະນະ, ການແຈກຢາຍ ແລະ ການກວດສອບຄວາມຖືກຕ້ອງຜ່ານ barcode ແລະ 7. ສູນສຶກສາຝຶກອົບຮົມ ເພື່ອພັດທະນາວິຊາການໃນວຽກງານຄຸ້ມຄອງຍານພາ ຫະນະທາງບົກ. ເປັນສູນຝຶກອົບຮົມ ແລະ ສ້າງຊ່ຽວຊານດ້ານການກວດກາເຕັກນິກ ແລະ ສ້ອມແປງ, ການບໍາລຸງຮັກສາຍານພາຫະນະ, ລະບົບດິຈິຕອນ ແລະ ການຄຸ້ມຄອງຍານພາ ຫະນະ.

ບັນດາໜ້າວຽກເຫຼົ່ານີ້ຈະເສີມສ້າງຄວາມປອດໄພທາງຖະໜົນ, ການປົກປ້ອງສິ່ງແວດລ້ອມ ແລະ ການຄຸ້ມຄອງຂະແໜງການຂົນສົ່ງຂອງລາວ ແລະ ເຮັດໃຫ້ການຄຸ້ມຄອງຂອງລາວສອດ ຄ່ອງກັບມາດຕະຖານຍານພາຫະນະຂອງພາກພື້ນ ແລະ ສາກົນຫຼາຍຂຶ້ນ.
