ລາວ ແລະ ຈີນ ຮ່ວມກັນກໍ່ສ້າງສູນການຮ່ວມມືດ້ານນະວັດຕະກຳປັນຍາປະດິດ (AI) ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດດິຈິຕອນກ້າວຂຶ້ນສູ່ໄລຍະໃໝ່

ວັນທີ 2 ເມສາ 2025, ງານສັບປະດາດິຈິຕອນລາວ ປີ 2025 ໄດ້ໄຂຂຶ້ນຢ່າງຍິ່ງໃຫຍ່ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ໃນຖານະເປັນຄູ່ຮ່ວມມືທີ່ສໍາຄັນໃນກິດຈະກໍາຄັ້ງນີ້, ບໍລິສັດ China-ASEAN Information Harbor ຈໍາກັດ (CAIH) ແລະ ບໍລິສັດ ALO Technology Co., Ltd ໄດ້ເຂົ້າຮ່ວມງານວາງສະແດງ, ໄດ້ຮ່ວມກັນສະແດງຜົນການຮ່ວມມືຫລ້າສຸດໃນຂົງເຂດປັນຍາປະດິດ ແລະ ການນໍາໃຊ້ ເຕັກໂນໂລຊີດິຈິຕອນ, ໃນໄລຍະທີ່ມີການຈັດງານດັ່ງກ່າວ, ພາກສ່ວນທີ່ກ່ຽວຂ້ອງໄດ້ສຳເລັດການລົງນາມໃນສັນຍາຮ່ວມມື ແລະ ເປີດການກໍ່ສ້າງສູນການຮ່ວມມືດ້ານນະວັດຕະກຳປັນຍາປະດິດ (AI)ລາວ-ຈີນຢ່າງເປັນທາງການ, ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດດີຈີຕອນລາວ-ຈີນ ໃຫ້ເລິກເຊິ່ງຍິ່ງຂື້ນ.

ໃນໄລຍະການຈັດງານວາງສະແດງ ຄະນະຜູ້ແທນໄປຢ້ຽມຢາມບູດວາງສະແດງ ເພື່ອຢ້ຽມຊົມ ແລະ ຮັບຟັງ ການລາຍງານກ່ຽວກັບໝາກຜົນການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດວຽກງານລັດດິຈີຕອນ, ການບໍລິການ ແພລັດຟອມຄວາມຫນ້າເຊື່ອຖືຂອງວິສາຫະກິດ ແລະ ການກໍ່ສ້າງຄວາມສາມາດພື້ນຖານດ້ານປັນຍາປະດິດ. ທາງ ບໍລິສັດ CAIH ໄດ້ ວາງສະແດງແພລັດຟອມ "ສະໝອງຢຸນຊີ" ທີ່ພັດທະນາຢ່າງເປັນເອກະລາດ ແລະ ແອັບພລິເຄຊັນ ທີ່ໃຊ້ເຕັກໂນໂລຊີດິຈິຕອນທ້ອງຖິ່ນຈຳນວນໜຶ່ງທີ່ສ້າງຂຶ້ນໂດຍການຮ່ວມມືກັບປະເທດລາວ, ສະແດງໃຫ້ເຫັນເຖິງຄວາມຄືບໜ້າຫຼ້າສຸດຂອງນະວັດຕະກໍາເຕັກໂນໂລຊີເພື່ອຊ່ວຍການຫັນເປັນດິຈິຕອນຂອງສປປ ລາວ.
ເພື່ອຊຸກຍູ້ການຮ່ວມມືໃນຕໍ່ໜ້າ, ແຕ່ວັນທີ 2 ຫາວັນທີ 3 ເມສານີ້, ຄະນະຜູ້ແທນລັດຖະບານກວາງຊີຈີນໄດ້ມີການເຈລະຈາຫຼາຍບັນຫາກັບບັນດາການນຳຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຜູ້ຕາງໜ້າຄະນະກຳມະການຮ່ວມມືລາວ-ຈີນ. ສອງຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບເສັ້ນທາງການຮ່ວມມືສະເພາະໃນບັນດາຂົງເຂດຄື: ການກໍ່ສ້າງແພລັດຟອມການປະມວນຜົນປັນຍາປະດິດ (AI), ການຄົ້ນຄວ້າ ແລະ ພັດທະນາລະບົບຂໍ້ມູນຂະໜາດໃຫຍ່, ການເຊື່ອມໂຍງຂໍ້ມູນ, ການນໍາໃຊ້ຂໍ້ມູນຕາມຮູບແບບສະຖານະການຕົວຈິງ ແລະ ການຝຶກອົບຮົມບຸກຄະລາກອນ.
ໂດຍການເປັນສັກຂີພິຍານຂອງທຸກພາກສ່ວນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບໍລິສັດ China-ASEAN Information Harbor ຈໍາກັດ (CAIH) ແລະ ບໍລິສັດ ALO Technology Co., Ltd ໄດ້ລົງນາມໃນ "ສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດ AI ລາວ-ຈີນ". ພ້ອມກັນນັ້ນ, ບໍລິສັດ CAIH ແລະ ALO Technology ຍັງໄດ້ລົງນາມໃນ "ສັນຍາການຮ່ວມມືການການກໍ່ສ້າງ ແລະ ການດຳເນີນງານຂອງສູນການຮ່ວມມື ນະວັດຕະກຳປັນຍາປະດິດລາວ-ຈີນ". ອີງຕາມຂໍ້ຕົກລົງ, ສູນຮ່ວມມືດັ່ງກ່າວຈະໄດ້ຮັບການສົມທົບກັນກໍ່ສ້າງ ແລະ ດຳເນີນງານໂດຍ 3 ຝ່າຍ, ຮ່ວມກັນສ້າງພື້ນຖານໂຄງລ່າງການປະມວນຜົນຂອງປັນຍາປະດິດ ແລະ ພື້ນຖານລະບົບຂໍ້ມູນພາສາລາວຂະຫນາດໃຫຍ່, ສຸມໃສ່ສ້າງຕົວແບບ ປັນຍາປະດິດດ້ານອຸດສາຫະກຳໃນຂົງເຂດການແພດ, ກະສິກຳ, ການສຶກສາ, ການຄ້າ ແລະ ຂະແໜງການອື່ນໆ, ພ້ອມທັງສົມທົບກັນຜັນຂະຫຍາຍບັນດາໂຄງການຝຶກອົບຮົມກໍ່ສ້າງຜູ້ທີ່ມີຄວາມສາມາດໃນທ້ອງຖິ່ນ. ການລົງນາມໃນສັນຍາຮ່ວມມືຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ, ການຮ່ວມມືດ້ານປັນຍາປະດິດລາວ-ຈີນໄດ້ກ້າວເຂົ້າສູ່ໄລຍະການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ທັງຍັງໄດ້ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງໃນການພັດທະນາເສດຖະກິດດີຈີຕອນຂອງລາວ.

ໃນອະນາຄົດ, ສູນຮ່ວມມືກໍ່ສ້າງປັນຍາປະດິດລາວ-ຈີນ ໃຫ້ຄຳໝັ້ນສັນຍາວ່າຈະສ້າງພື້ນຖານໂຄງລ່າງທ້ອງຖິ່ນອັດສະລິຍະຢູ່ລາວ ແລະ ພື້ນຖານລະບົບຂໍ້ມູນຂະໜາດໃຫຍ່ແຫ່ງຊາດລາວ,ຈະສາມາດຫັນເປັນອຸດສາຫະກຳອັດສະລິຍະໃຫ້ຫຼາຍຂຶ້ນ. ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອງຝ່າຍຈະສືບຕໍ່ລົງເລິກການຮ່ວມມືໃນການປະດິດສ້າງ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນ, ສົມທົບກັນຊອກຫາ ວາລະໂອກາດໃໝ່ເພື່ອພັດທະນາແບບຍືນຍົງໃນຍຸກເແຫ່ງ ການນຳໃຊ້ປັນຍາປະດິດ.