ລາວ​ ແລະ ຈີນ ຮ່ວມ​ກັນກໍ່​ສ້າງ​ສູນ​ການ​ຮ່ວມ​ມື​ດ້ານ​ນະ​ວັດ​ຕະ​ກຳ​ປັນຍາ​ປະດິດ (AI) ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ກ້າວ​ຂຶ້ນ​ສູ່​ໄລ​ຍະ​​ໃໝ່

ວັນທີ 2 ເມສາ 2025, ງານສັບປະດາດິຈິຕອນລາວ ປີ 2025 ໄດ້ໄຂຂຶ້ນຢ່າງຍິ່ງໃຫຍ່ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ໃນຖານະເປັນຄູ່ຮ່ວມມືທີ່ສໍາຄັນໃນກິດຈະກໍາຄັ້ງນີ້, ບໍລິສັດ China-ASEAN Information Harbor ຈໍາກັດ (CAIH) ແລະ ບໍລິສັດ ALO Technology Co., Ltd ໄດ້ເຂົ້າຮ່ວມງານວາງສະແດງ, ໄດ້ຮ່ວມກັນສະແດງຜົນການຮ່ວມມືຫລ້າສຸດໃນຂົງເຂດປັນຍາປະດິດ ແລະ ການນໍາໃຊ້ ເຕັກໂນໂລຊີດິຈິຕອນ, ໃນໄລຍະທີ່ມີການຈັດງານດັ່ງກ່າວ, ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ສຳ​ເລັດ​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື ​ແລະ​ ເປີດ​ການ​ກໍ່ສ້າງ​ສູນ​ການ​ຮ່ວມ​ມື​ດ້ານ​ນະ​ວັດ​ຕະກຳ​ປັນຍາ​ປະດິດ (AI)​ລາວ-ຈີນ​ຢ່າງ​ເປັນ​ທາງ​ການ, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ດີ​ຈີ​ຕອນ​ລາວ-ຈີນ​ ໃຫ້​ເລິກ​ເຊິ່ງຍິ່ງຂື້ນ.

ໃນ​ໄລຍະການ​ຈັດ​ງານ​ວາງສະ​ແດງ ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ​ບູດ​ວາງສະ​ແດງ ​ເພື່ອ​ຢ້ຽມຊົມ ແລະ ຮັບຟັງ​ ການລາຍງານ​ກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງເຂດວຽກ​ງານ​ລັດ​ດິຈີຕອນ, ການ​ບໍລິການ​​​ ແພລັດຟອມຄວາມຫນ້າເຊື່ອຖືຂອງ​ວິ​ສາ​ຫະກິດ ​ແລະ ການ​ກໍ່ສ້າງ​ຄວາມ​ສາມາດ​ພື້ນຖານ​ດ້ານ​ປັນຍາ​ປະດິດ. ທາງ ບໍລິສັດ CAIH ໄດ້ ວາງສະແດງແພລັດຟອມ "ສະໝອງຢຸນຊີ" ທີ່ພັດທະນາຢ່າງເປັນເອກະລາດ ແລະ ແອັບພລິເຄຊັນ ທີ່ໃຊ້ເຕັກໂນໂລຊີດິຈິຕອນທ້ອງຖິ່ນຈຳນວນໜຶ່ງທີ່ສ້າງຂຶ້ນໂດຍການຮ່ວມມືກັບປະເທດລາວ, ສະແດງໃຫ້ເຫັນເຖິງຄວາມຄືບໜ້າຫຼ້າສຸດຂອງນະວັດຕະກໍາເຕັກໂນໂລຊີເພື່ອຊ່ວຍການຫັນເປັນດິຈິຕອນຂອງສປປ ລາວ.

ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ, ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 3 ​ເມສາ​ນີ້, ຄະນະ​ຜູ້​ແທນ​ລັດຖະບານ​ກວາງຊີ​ຈີນ​ໄດ້​ມີ​ການ​ເຈລະຈາ​ຫຼາຍ​ບັນຫາກັບ​ບັນດາການນຳຂອງ​ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ການສື່ສານ​ ​ແລະ ຜູ້ຕາງໜ້າ​ຄະນະ​ກຳມະການ​ຮ່ວມ​ມື​ລາວ-ຈີນ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ເສັ້ນທາງ​ການ​ຮ່ວມ​ມື​ສະ​ເພາະ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ກໍ່ສ້າງ​ແພລັດຟອມການປະມວນຜົນ​ປັນຍາ​ປະດິດ (AI), ການ​ຄົ້ນ​ຄວ້າ ​ແລະ ພັດທະນາລະບົບຂໍ້ມູນ​ຂະໜາດ​ໃຫຍ່, ການເຊື່ອມໂຍງ​ຂໍ້​ມູນ, ການ​ນໍາໃຊ້​ຂໍ້ມູນ​ຕາມຮູບແບບສະຖານະການຕົວຈິງ ​ແລະ ການ​ຝຶກ​ອົບຮົມ​ບຸກຄະລາກອນ.

ໂດຍການເປັນສັກຂີພິຍານຂອງທຸກພາກສ່ວນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບໍລິສັດ China-ASEAN Information Harbor ຈໍາກັດ (CAIH) ແລະ ບໍລິສັດ ALO Technology Co., Ltd ໄດ້ລົງນາມໃນ "ສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດ AI ລາວ-ຈີນ". ພ້ອມ​ກັນ​ນັ້ນ, ບໍລິສັດ CAIH ​ແລະ ALO Technology ​ຍັງໄດ້​ລົງ​ນາມ​ໃນ "ສັນຍາ​ການ​ຮ່ວມ​ມື​ການການ​ກໍ່ສ້າງ ​ແລະ ການ​ດຳ​ເນີນ​ງານ​ຂອງສູນ​ການຮ່ວມມື ນະວັດຕະກຳ​​​ປັນຍາປະດິດ​ລາວ-ຈີນ". ອີງຕາມ​ຂໍ້​ຕົກລົງ, ສູນ​ຮ່ວມ​ມື​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ສົມທົບ​ກັນ​ກໍ່ສ້າງ ​ແລະ ດຳ​ເນີນ​ງານ​ໂດຍ 3 ຝ່າຍ, ຮ່ວມ​ກັນ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ການປະມວນຜົນຂອງປັນຍາປະດິດ ​ແລະ​ ພື້ນ​ຖານລະບົບຂໍ້ມູນ​ພາ​ສາ​ລາວ​ຂະ​ຫນາດ​ໃຫຍ່, ສຸມ​ໃສ່​ສ້າງ​ຕົວ​ແບບ​ ປັນຍາປະດິດ​ດ້ານ​ອຸດສາຫະກຳ​ໃນ​ຂົງ​ເຂດ​ການ​ແພດ, ກະສິກຳ, ການສຶກສາ, ການຄ້າ​ ແລະ ຂະແໜງການອື່ນໆ, ພ້ອມ​ທັງ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ໂຄງການຝຶກອົບຮົມກໍ່ສ້າງ​ຜູ້​ທີ່ມີ​ຄວາມ​ສາມາດໃນ​ທ້ອງ​ຖິ່ນ. ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ດ້ານ​ປັນຍາ​ປະດິດ​ລາວ-ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະການຈັດຕັ້ງ​ປະຕິບັດ​ຢ່າງ​ຕັ້ງໜ້າ, ທັງ​ຍັງ​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ເຂັ້ມແຂງ​​ໃນ​ການ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ​ຂອງ​ລາວ.

ໃນ​ອະນາຄົດ, ສູນ​ຮ່ວມ​ມື​ກໍ່ສ້າງ​ປັນຍາ​ປະດິດ​ລາວ-ຈີນ​ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ສ້າງ​ພື້ນຖານ​ໂຄງ​ລ່າງ​​ທ້ອງ​ຖິ່ນ​ອັດ​ສະ​ລິ​ຍະ​ຢູ່​ລາວ ​ແລະ ​ພື້ນ​ຖານລະບົບຂໍ້ມູນຂະໜາດໃຫຍ່​ແຫ່ງ​ຊາດ​ລາວ,ຈະ​ສາມາດ​ຫັນ​ເປັນ​ອຸດສາຫະກຳ​ອັດສະລິຍະໃຫ້​ຫຼາຍ​ຂຶ້ນ. ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອງຝ່າຍ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ປະດິດ​ສ້າງ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີດີ​ຈີ​ຕອນ, ສົມທົບ​ກັນ​ຊອກ​ຫາ ວາລະໂອກາດ​ໃໝ່​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ຍຸກ​ເແຫ່ງ ການນຳໃຊ້ປັນຍາປະດິດ.